Credits
AUSFÜHRENDE KÜNSTLER:INNEN
BLACKEYES
Künstler:in
KOMPOSITION UND LIEDTEXT
Santi Phommachanh
Songwriter:in
Lyrics
ໄດ້ຍິນສຽງເບົາໆ ດັງອອກຈາກຫົວໃຈ ບາງໆ
ສື່ຄວາມໝາຍໄດ້ຫຼາຍຢ່າງ ມັນຟ້ອງອອກຈາກອາລົມສ່ວນເລິກ
ເຈົ້າຄົງອຶດອັດ ທີ່ຕ້ອງຢູ່ເພາະຄວາມຮູ້ສຶກຜິດ
ຢາກໃຫ້ເຈົ້າຢຸດຄິດ ແລ້ວຕັ້ງໃຈຟັງ
ສຽງຂອງຄວາມຮູ້ສຶກ ຂ້ອຍທີ່ດັງ
ບອກວ່າພໍແລ້ວ ພໍແລ້ວກັບການທີ່ເຈົ້າເຮັດເປັນວ່າຍັງຮັກກັນ
ໄດ້ໂປດກັ້ນໃຈເວົ້າ ຂ້ອຍຂໍຄຳລາຄຳດຽວ
ເພາະທຸກຢ່າງຂ້ອຍເຂົ້າໃຈແລ້ວ ເຈົ້າບໍ່ຕ້ອງອະທິບາຍມັນແລ້ວ
ໃຜກໍຕ້ອງເລືອກສິ່ງທີ່ດີ ທີ່ສຸດແລ້ວ
ຢ່າກັງວົນ ວ່າຂ້ອຍຈະເສຍໃຈ
ເຈັບເທົ່ານີ້ ຂ້ອຍທົນມັນໄຫວ
ໃຫ້ເຫງົາເທົ່າໃດ ຖ້າແລກກັບການປ່ອຍເຈົ້າໃຫ້ມີຄວາມສຸກຈົນລົ້ນໃຈ
ພ້ອມສົ່ງມືເຈົ້າໃຫ້ເຂົາ ເພາະນີ້ຄົງເປັນສິ່ງສຸດທ້າຍ
ທີ່ຂ້ອຍຈະເຮັດໃຫ້ເຈົ້າໄດ້

Written by: Santi Phommachanh