Lyrics

* ໃນວັນທີ່ຝົນຕົກມາ
ຈາກຟ້າລົງສູ່ດິນ
ໃນວັນທີ່ຝົນນັ້ນໂລຍລິນ
ບັງເກີດຄວາມເຫງົາໃນຫົວໃຈ ທ່າມກາງຫມູ່ຝົນທີ່ລິນມາ ຕອກຢ້ຳໃຫ້ໃຈຜູ້ຂ້ານີ້ອ່ອນໄຫວ
* ໃນວັນທີ່ຝົນຕົກຊ້ຳ ກະຫນ່ຳລົງມາ
ໂອ່ມັນຊ່າງເຫງົາຈັບໃຈ ອາລົມອ່ອນໄຫວໃນອຸລາ
ຄິດເຖິງຄົນຮັກທີ່ເຄີຍມີ
ແຕ່ຕອນນີ້ເຈົ້າຄົງບໍ່ຄືນກັບມາ..
ໂອ..ໂຮ..
** ຢຸດກ່ອນຝົນ ຢຸດຕົກໄຫລລິນລົງມາ
ຢຸດກ່ອນທ່ານເທວະດາ
ໂປດໄລ່ເມກຟ້າໃຫ້ໄປໄກໆ
ຢຸດກ່ອນຝົນ ຢຸດຕົກລົງມາທຳຮ້າຍໃຈ
ຢາກຢຸດມັນເອົາໄວ້
ຢຸດໃຈໄວ້ເທົ່ານີ້...
* ຢຸດໄດ້ບໍຝົນເອີຍ
ຢຸດໄດ້ບໍຝົນພ່ຳ ຢຸດໃຈເອົາໄວ້ວັນນີ້ບໍ່ຢາກຈຳ ຢຸດຊ້ຳຄວາມທໍລະມານໃນດວງໃຈ
ຢຸດຝົນທີ່ກຳລັງຕົກລົ່ນລົງມາ
ຢຸດຟ້າທີ່ມືດມົນໃຫ້ສົດໃສ
ຢູດລືມຄົນຫລາຍໃຈ
ທີ່ເດີນຈາກໄປ ໂດຍບໍ່ໄດ້ລ້ຳລາ
ວອນຟ້າທີ່ຮ້ອງມາໃຫ້ຢຸດເຊົາ
ແຕ່ເປັນຫຍັງ ຫົວໃຈມັນຍັງບໍ່ຢຸດເຫງົາ...
ຍາມທີ່ຝົນນັ້ນລາງລາ ...
ຊ້ຳ **
* ຢຸດໄດ້ບໍຝົນເອີຍ
ຢຸດໄດ້ບໍຝົນພ່ຳ ຢຸດໃຈເອົາໄວ້ວັນນີ້ບໍ່ຢາກຈຳ ຢຸດຊ້ຳຄວາມທໍລະມານໃນດວງໃຈ
ຢຸດຝົນທີ່ກຳລັງຕົກລົ່ນລົງມາ
ຢຸດຟ້າທີ່ມືດມົນໃຫ້ສົດໃສ
ຢູດລືມຄົນຫລາຍໃຈ
ທີ່ເດີນຈາກໄປ ໂດຍບໍ່ໄດ້ລ້ຳລາ
ຢຸດກ່ອນໄດ້ບໍ່ຝົນ ຢຸດຕົກລົງມາ
ຢາກຢຸດທຸກຊ້ວງເວລາທີ່ມັນໄດ້ຍ້ອນມາບາດໃຈ
ກ່ອນວອນຟ້າໃຫ້ຢຸດເຊົາ
ແຕ່ວ່າໃນຫົວໃຈກໍ່ຍັງຄົງເຫົງາເມື່ອຝົນໄປ..ຮູໂຮຮູໂຮ
ໃນທີ່ສຸດແລ້ວຫົວໃຈ
ມັນບໍ່ເຄີບລົບເຈົ້າໄດ້ເລີຍ...
Written by: Vinai madinsouk
instagramSharePathic_arrow_out